ບໍ່ວ່າມັນຈະເປັນການປະຊຸມສຳມະນາຂອງອົງກອນ ຫຼື ງານສະຫຼອງມົງຄຸນສົມຣົດກໍ່ຕາມ, ຫ້ອງຂະໜາດກວ້າງຂວາງນີ້ສາມາດກະກຽມໃຫ້ເໝາະສົມກັບງານຂອງທ່ານໄດ້ຢ່າງງ່າຍດາຍ.
Nam Som 1-3 Floor Plan
Good to Know
ຮອດເວລາທີ່ຈະວາງແຜນງານກິດຈະກຳແລ້ວ
ໂດຍທົ່ວໄປແລ້ວ, ການວາງແຜນສ່ວນໃຫຍ່ຈະຕ້ອງດຳເນີນການລ່ວງໜ້າຢ່າງໜ້ອຍ 3-12 ເດືອນ, ຂຶ້ນຢູ່ກັບປະເພດຂອງງານ. ສຳລັບງານນະໜາດໃຫຍ່ທີ່ມີຜູ້ເຂົ້າຮ່ວມຫຼາຍຮ້ອຍຄົນ, ອາດຕ້ອງໄດ້ວາງແຜນສຳລັບງານເຫຼົ່ານັ້ນຫຼາຍກວ່າ 12 ເດືອນ. ກະລຸນາຕິດຕໍ່ຜູ້ປະສານງານຂອງພວກເຮົາທັນທີທີ່ທ່ານວາງແຜນທີ່ຈະຈັດງານກິດຈະກຳ ຫຼື ການປະຊຸມກັບພວກເຮົາ.
ກ່ຽວກັບທຳເລທີ່ຕັ້ງ
ໂຮງແຮມ ເຊັນທາຣາ ແລະ ສູນການປະຊຸມ ອຸດອນທານີ ເປັນໂຮງແຮມ ແລະ ສະຖານທີ່ຈັດການປະຊຸມຊັ້ນນຳຂອງເມືອງ ແລະ ຕັ້ງຢູ່ຕິດກັບເຊັນທັນ ພລາຊາ, ສູນການຄ້າ ແລະ ໄລສະຕາຍທີ່ໃຫຍ່ທີ່ສຸດຂອງອຸດອນທານີ. ດ້ວຍທຳເລທີ່ຕັ້ງ ແລະ ສິ່ງອຳນວຍຄວາມສະດວກ, ໂຮງແຮມແຫ່ງນີ້ຈຶ່ງເປັນຖານທີ່ພັກທີ່ສົມບູນແບບສຳລັບແຂກຄົນທີ່ກຳລັງເດີນທາງສຳລັບການພັກຜ່ອນ ແລະ ສຳລັບຜູ້ທີ່ເດີນທາງມາເຮັດທຸລະກິດໃນຂົງເຂດນີ້. ສະໜາມບິນ ອຸດອນທານີຢູ່ຫ່າງອອກໄປໂດຍໃຊ້ເວລາຂັບລົດ 20 ນາທີ, ສະຖານີລົດໄຟຂອງເມືອງແມ່ນ 800 ແມັດ ຈາກໂຮງແຮມ ແລະ ສະຖານີລົດເມສູນກາງຢູ່ໃນໄລຍະ ທາງຍ່າງໄດ້ງ່າຍ.
ການບໍລິການ ແລະ ສິ່ງອຳນວຍຄວາມສະດວກ
ສູນການປະຊຸມພ້ອມກັນກັບທິມງານຈັດງານກິດຈະກຳທີ່ມີປະສົບການຂອງພວກເຮົາເຮັດໃຫ້ ໂຮງແຮມ ເຊັນທາຣາ ແລະ ສູນການປະຊຸມ ອຸດອນທານີ ເປັນທາງເລືອກທຳເຮັດສຳລັບຜູ້ຈັດງານ, ບໍ່ວ່າຈະເປັນການປະຊຸມ, ສຳມະນາ, ການສະແດງສິນຄ້າ, ການເປີດຕົວຜະລິດຕະພັນ, ກຸ່ມທ່ອງທ່ຽວເພື່ອເປັນຮາງວັນ, ງານດອງ ແລະ ງານສະເຫຼີມສະຫຼອງສ່ວນຕົວທຸກປະເພດ.
ພວກເຮົາມີບໍລິການອິນເຕີເນັດຄວາມໄວສູງ, ໂທລະທັດ, ໂປເຈັກເຕີວິດີໂອ, ໂປຼເຈັກເຕີສາຍພາບເທິງຫົວ ແລະ ສຳລັບສະໄລດ໌, ກະດານຂາວ, ແຜ່ນເຈ້ຍສຳລັບການວາງແຜນ ແລະ ໂປຼເຈັກເຕີ LCD ເພື່ອໃຫ້ການປະຊຸມຂອງທ່ານປະສົບຄວາມສຳເລັດ.
ພື້ນທີ່ຈັດງານກິດຈະກຳໃນຮົ່ມ
ສູນການປະຊຸມ ອຸດອນທານີ ສາມາດຮອງຮອບແຂກໄດ້ 3,000 ທ່ານ ສຳລັບງານລ້ຽງຮັບຮອງ ແລະ 5,000 ທ່ານ ສຳລັບຄອນເສີດ ຈຶ່ງເປັນສະຖານທີ່ຈັດງານລ້ຽງ ແລະ ການປະຊຸມອະເນກປະສົງທີ່ໃຫຍ່ທີ່ສຸດໃນຂົງເຂດ. ຄວາມສູງຂອງເພດານເຮັດໃຫ້ພື້ນທີ່ນີ້ໃຊ້ງານໄດ້ຫຼາກຫຼາຍ ແລະ ສາມາດໃຊ້ຈັດກິດຈະກຳກິລາໃນຮົ່ມໄດ້ທີ່ນີ້.
ຫ້ອງຈັດງານລ້ຽງໃຫຍ່ ທຸງສີເມືອງ ສາມາດຮອງຮັບແຂກໄດ້ 700 ທ່ານ ຫາກຈັດບ່ອນນັ່ງແບບໂຮງລະຄອນ ຫຼື 300 ທ່ານ ສຳລັບງານຄັອກເທວ ແລະ ສາມາດແບ່ງອອກເປັນສອງສ່ວນເທົ່າໆ ກັນໄດ້. ຫ້ອງຈັດງານລ້ຽງຂະໜາດນ້ອຍສອງຫ້ອງ, ນາຢຸງ ແລະ ບ້ານພື ຮອງຮັບແຂກໄດ້ 200 ແລະ 100 ທ່ານ ຕາມລຳດັບ. ນອກຈາກນີ້ ຍັງມີຫ້ອງປະຊຸມຂະໜາດນ້ອຍຫ້າຫ້ອງຈະສາມາດຮອງຮັບແຂກໄດ້ສູງເຖິງ 80 ທ່ານ.
ພື້ນທີ່ຈັດງານກິດຈະກຳກາງແຈ້ງ
ພວກເຮົາມຮສະຖານທີ່ກາງແຈ້ງຫຼາກຫຼາຍຮູບແບບສຳລັບງານກິດຈະກຳພິເສດ:
- ບໍລິເວນສະໜາມຫຍ້າດ້ານໜ້າຂອງໂຮງແຮມຊັ້ນລຸ່ມມີພື້ນທີ່ 465 ຕາແມັດ ແລະ ສາມາດຮອງຮັບຜູ້ເຂົ້າຮ່ວມງານໄດ້ສູງເຖິງ 300 ຄົນ
- ສວນເບຍໃນຊັ້ນລຸ່ມມີພື້ນທີ່ 175 ຕາແມັດ ແລະ ສາມາດຮອງຮັບຜູ້ເຂົ້າຮ່ວມງານໄດ້ສູງເຖິງ 150 ຄົນ
- ສະລອຍນ້ຳຢູ່ຊັ້ນ 5 ມີພື້ນທີ່ 170 ຕາແມັດ ແລະ ສາມາດຮອງຮັບຜູ້ເຂົ້າຮ່ວມງານໄດ້ສູງເຖິງ 100 ຄົນ
ຕິດຕໍ່ພວກເຮົາ
ຕິດຕໍ່ຜູ້ປະສານງານຂອງພວກເຮົາໄດ້ທາງອີເມວທີ່ [email protected] ຫຼື ໂທ: +66 (0) 4234 3555 ເພື່ອສົນທະນາກ່ຽວກັບວິທີພວກເຮົາຈະຊ່ວຍໃຫ້ງານຂອງທ່ານດຳເນີນໄປຢ່າງຫຼື່ນໄຫຼ ແລະ ປະສົບຜົນສຳເລັດ.
Contact Us
ເວລາເປີດເຮັດວຽກຂອງສຳນັກງານຂາຍບັດງານກິດຈະກຳ ທີ່ໂຮງແຮມ & ສູນການປະຊຸມ ອຸດອນ ທານີແມ່ນ ວັນຈັນ - ວັນສຸກ ຕັ້ງແຕ່ເວລາ 8:30 ໂມງເຊົ້າ ຫາ 6:00 ແລງ. (ເວລາໃນປະເທດໄທ - GMT +07:00 Bangkok, Hanoi, Jakarta)
ຕິດຕໍ່
277/1 Prajaksilapakom Road Muang,Udon Thani 41000,Thailand
+66 (0)-4-234-3555
+66 (0)-4-234-3550